ปาบู่ทอง

manuscript #01

(ນີທານປາປູ່ທອງ) ບັດນີ້ ຮຽມຈັກແປໄຂເຣື່ອງ ນີທານກອບກ່າວ ຈາກເຣື່ອງເຄົ້າເດິມພື້ນພາກກາງ ແປເປັນຖ້ອຍ ພາກອີສານ
(นิทานปาบู่ทอง) บัดนี้(ฮยม = เฮียม)จักแปใขเรื่อง นิทานกอบก่าว จากเรื่องเค้าเดิมพื้นพากกาง แปเป็นถ้อยพากอีสาน

ໄວ້ອ່ານ ເພື່ອໄວ້ໃຫ້ຫລານໃຫຢ່ນ້ອຍພຽນຖ່ອຍອ່ານດູ ກັບທັງນັກປາຊເຈົ້າເຖົ່າແກ່ຊາລາການຟັງ
ไว้อ่าน เพื่อไว้ให้หลานใหย่น้อยเพียนถ่อยอ่านดู กับทังนักปาชเจ้าเถ่าแก่ซาลากานฟัง

ກອນແຕ່ງປະພັນເປັນເຣື່ອງ ຂໍຢ່າເຄືອງໃຈເຈົ້າຍາມກອນເຂິນຂາດ ລາງເທື່ອຕົກວາດເວົ້າຖແລງຖ້ອຍ
กอนแต่งปะพันเป็นเรื่อง ขออย่าเคืองใจเจ้ายามกอนเขินขาด ลางเทื่อตกวาดเว่าถแลงถ้อย

ບໍມ່ວນຫູ ຂໍໃຫ້ອິດູຂ້າປັນຍາຍັງອ່ອນ ກອນບໍ່ຊັດເຈນແຈ່ມແຈ້ງ ຖແລງເວົ້າບໍ່ຖ່ອງຄື ເຈົ້າເອີຍ ຟັງເຍີນັກປາຊ
บ่ม่วนหู ขอให้อิดูข้าปันยายังอ่อน กอนบ่ซัดเจนแจ่มแจ้ง ถแลงเว้าบ่ถ่องคือ เจ้าเอย ฟังเยอนักปาช

manuscript #02

ເຈົ້າຈອມສລາດບັນດິດ ຮຽມເອີຍ ຂໍຈົ່ງຟັງຄວາມຄິດແຕ່ງເດິມເສິມເຣື່ອງ ກັບທັງນາຣີສ້ອຍຊະລາການເຖົ່າແກ່ ຂ້າຈັກແປ
เจ้าจอมสลาดบันดิด เฮียมเอย ขอจงฟังความคิดแต่งเดิมเสิมเรื่อง กับทังนารีส้อยซะลาการเถ่าแก่ ข้าจักแป

ປັ່ນເຣື່ອງມາເວົ້າສູ່ຟັງກ່ອນແລ້ວ ຍັງມີຄາມເມຫ້ອງທຸລາການຈຳຍາກ ເຂຕໃຫຢ່ກວ້າງ ເປັນບ້ານຕາແສງ
ปั่นเรื่องมาเว้าสู่ฟังก่อนแล้ว ยังมีคามเมห้องทุลากานจำยาก เขตใหย่กว้าง เป็นบ้านตาแสง

ຝູງໝູ່ຄົນໃນບ້ານ ກະທຳການປູກຫວ່ານ ຟັນໃຮ່ອ້ອຍ ທັງຝ້າຍໃສ່ແຕງ ຍາມເມື່ອແລງງາຍເຊົ້າຄະ
ฝูงหมู่คนในบ้าน กะทำการปูกหว่าน ฟันใฮ่อ้อย ทังฝ้ายใส่แตงยามเมื่อแลงงายเซ้าคะ-

ນະນາເຄົ້າຄື່ນ ສນຸກມ້ວນແມ້ງ ສົມບ້ານຖິ່ນຕົນ ອັນວ່າຄົນໃນຫ້ອງຄາມເມມີມາກ ເຮືອນໃຫຢ່ນ້ອຍມູງຫຢ້າ
-นะนาเค้าคื่น สนุกม้วนแม้ง สมบ้านถิ่นตน อันว่าคนในห้องคามเมมีมาก เฮือนใหย่น้อยมุงหย้า

manuscript #03

ຜ່ອງຄາ ບ້ານນັ້ນຕັ້ງຢູ່ໄດ້ຫລາຍຊົ່ວພັນວັສສາ ບໍ່ອາດພັນລະນານັບໄຕ່ຕອງເຕັມຖ້ວນ ຕາມກະບວນສັຕລ້ຽງໂຄກະບື ມ້າມິ່ງ
ผ่องคา บ้านนั้นตั้งอยู่ได้หลายชั่วพันวัสสา บ่อาดพันละนานับไต่ตองเต็มถ้วน ตามกะบวนสัตเลี้ยง โคกะบือม้ามิ่ง

ເປັດໃກ່ເຕົ້າເຕັມລົ້ນອະເນັກນອງ ທຸກສິ່ງພ້ອມສັຕສິ່ງກໍ່ມີຫລາຍ ບົວບຶງບົກເຕົ່າປາສັຕນ້ຳ ກັມມະກອນ
เป็ดไก่เต้าเต็มล้นอะเน็กนอง ทุกสิ่งพ้อมสัตสิ่งก่อมีหลาย บัวบึงบกเต่าปาสัตน้ำ กัมมะกอน

ສ້າງ ກະສິກັມຕາມຮີຕ ຄວາມຂາດແຫ້ງມີໜ້ອຍເທື່ອບໍ່ຈົນເຈົ້າເອີຍ ທີ່ນັ້ນຍັງມີຊາຍຊາວເຊື້ອຊົນນະບົດ
ส้าง กะสิกัมตามฮีต ความขาดแห้งมีหน้อยเทื่อบ่จนเจ้าเอย ที นั้นยังมีชายชาวเชื้อชนนะบด

ທ້ອງຖິ່ນ ຊັບສິນມີບໍ່ໜ້ອຍ ຫລາຍແທ້ເກິ່ງກາງເຈົ້າເອີຍ ເຂົາກໍ່ມີຄູ່ຊ້ອນເປັນມິ່ງເມັຽຂວັນ ສອງທຽມເອກໂທປະສົງ
ท้องถิ่น ซับสินมีบ่หน้อย หลายแท้เกิ่งกางเจ้าเอย เขาก็มีคู่ซ้อนเป็นมิ่งเมียขวัน สองเทียมเอกโทปะสง

manuscript #04

ຊ້ອນ ເຂົາກໍ່ນອນເຝືອຝັ້ນ ພັນທະນັງກົ້ວກິ່ນ ຍິນສນຸກມ່ວນແມ້ງ ເຮືອນນັ້ນອິ່ມກໍ່ໃຈແທ້ແລ້ວ ນັບແຕ່ພັນລະຍາຕົ້ນເມັຽຫລວງ
ซ้อนเขาก็นอนเฝือฝั้น พันทะนังกั้วกิ่น ยินสนุกม่วนแม้ง เฮือนนั้นอิ่มก่อใจแท้แล้ว นับแต่พันละยาต้นเมียหลวง

ສົມສູ່ ຢູ່ສືບສ້າງ ຫລາຍມື້ພ່ຳກັນ ນາງກໍ່ໄດ້ລູກນ້ອຍປັງເກິດເປັນຍິງ ຫລຽວເບິ່ງເລົາຄີງອ້ວນ ຄໍກົມປ້ອງ
สมสู่ อยู่สืบส้าง หลายมื้อพ่ำกัน นางก่อได้ลูกน้อย ปังเกิดเป็นยิง เหลียวเบิ่งเลาคีงอ้วน คอกมป้อง

ຫລໍ່ ຊື່ວ່າເອື່ອຍງາມລະຫ້ອຍ ເກິ່ງຂຽນພຸ້ນແລ້ວ ອັນວ່າພັນລະຍານ້ອຍນາງລູນຄົນໃໝ່ ນາງກໍ່ໄດ້
หล่อ ชื่อว่าเอื้อยงามละห้อย เกิ่งเขียนพุ้นแล้ว อันว่าพันละยาน้อยนางลูนคนใหม่ นางก็ได้

ລູກນ້ອຍແທນເຊື້ອສືບແນວ ສອງຄົນແທ້ເປັນຍິງທັງຄູ່ ອັນວ່າຜູ້ພີ່ນັ້ນ ນາງອ້າຍຊື່ນາມ ສອງຄົນນັ້ນລອງມາຊື່
ลูกน้อยแทนเชื้อสืบแนว สองคนแท้เป็นยิงทั้งคู่ อันว่าผู้พี่นั้นนางอ้ายชื่อนาม สองคนนั้นลองมาชื่อ

manuscript #05

ອີ່ ສາມພີ່ນ້ອງ ສະກູນເຊື້ອຮ່ວມກັນແທ້ແລ້ວ ນັບແຕ່ຜົວເມັຽສ້າງດອມກັນທັງລູກ ຫລາຍພ່ຳມື້ລະດູຕັ້ງຖ່າຍແຖມ ສ່ວນວ່າເອື່ອຍລູກແມ່
อี่ สามพี่น้อง สะกูนเชื้อฮ่วมกันแท้แล้ว นับแต่ผัวเมียส้างดอมกันทังลูก หลายพ่ำมื้อละดูตั้งถ่ายแถม ส่วนว่าเอื้อยลูกแม่

ເມັຽຫລວງ ກັບທັງບຸຕຕີກົກແຫ່ງພັນລະຍານ້ອຍ ຄາວດຽວໄດ້ ໗ ປີເຕິບໃຫຢ່ ສ່ວນວ່າລູກຜູ້ນ້ອຍ ກຳລັງຍ້າຍຍ່າງ
เมียหลวง กันทังบุตตีกกแห่งพันละยาน้อย คาวเดียวได้ ๗ ปีเติบใหย่ ส่วนว่าลูกผู้น้อยกำลังย้ายย่าง

ເປັນ ພໍແຕ່ເພິນການຫລິ້ນ ຫັດຮຽນສອນຍ່າງທັງພີ່ນ້ອງສາມນ້ອຍ ຄ່ອຍຈະເຣິນ ພໍ່ແມ່ຕູ້ມ ຮັກຫໍ່ພຽງ
เป็น พอแต่เพินกานหลิ้น หัดเฮียนสอบย่างทังพี่น้องสามน้อย ค่อยจะเริน พ่อแม่ตู้ม ฮักห่อเพียง

ຕາ ປາຖນານຳແນມ ຊູ່ວັນເຍັນເຊົ້າ ອັນວາປິຕາເຈົ້າກັບພັນລະຍານາງເອກ ເກິດແຕ່ເຣື່ອງ ເຄືອງຂ້ອງແຕ່ກັນ ເປັນເພາະ
ตา ปาถนานำแนม ซู่วันเย็นเช้า อันวาปิตาเจ้ากับพันละยานางเอก เกิดแต่เรื่อง เคืองข้องแต่กัน เป็นเพาะ

manuscript #06

ພັນລະຍາເມັຽນ້ອຍ ພອຍເສິມສັບສໍ່ ຫາແຕ່ຂໍ້ໄປຟ້ອງຕໍ່ຜົວ ສ່ວນວ່ານາງເອື່ອຍ ບຸຕຕີລູກແມ່ຫລວງນັ້ນ ພໍ່ກໍ່ຊັງນ້ຳໜ້າ
พันละยาเมียน้อย พอยเสิมสับส่อ หาแต่ข้อไปฟ้องต่อผัว ส่วนว่าตัวนางเอื้อย บุตตีลูกแม่หลวงนั้น พ่อก่อชังน้ำหน้า

ເຫັນແລ້ວບໍ່ຫລຽວ ມີແຕ່ໂຮ ໆ ຮ້າຍ ແນວດຽວເອິ້ນດ່າ ເຕະຖີບຊ້ຳມາຮ້າຍ ແຕ່ເມັຽນາງກໍ່ເຫລືອທົນແທ້ ເວທະ
เห็นแล้วบ่เหลียว มีแต่โฮ ๆ ฮ้าย แนวเดียวเอิ้นด่า เตะถีบซ้ำมาฮ้าย แต่เมียนางก็เหลือทนแท้ เวทะ-

ນາເຈັບປວດ ກອດລູກນ້ອຍທັງໃຫ້ ຜ່ອງຄາງ ແຕ່ກ່ອນນັ້ນຜົວຮັກແສນຖນັດ ຜັດແຕ່ມີເມັຽສອງກໍ່ເລົ່າ
นาเจ็บปวด กอดลูกน้อยทังไห้ ผ่องคาง แต่ก่อนนั้นผัวฮักแสนถนัด ผัดแต่มีเมียสองก่อเล่า

ລືມເມັຽເຄົ້າ ແຕ່ກ່ອນຜົວເຄີຍເວົ້າສັນຍາບອກວ່າ ຊິບໍ່ຫາໃໝ່ຊ້ອນຊອນຂ້າງພ່າງສອງ ຜົວກໍ່ລືມເສັຽຖິ້ມສັນຍາເຄີຍກ່າວ
ลืมเมียเค้า แต่ก่อนผัวเคยเว้าสันยาบอกว่า ซิบ่หาใหม่ซ้อนซอนข้างพ่างสอง ผัวก่อลืมเสียถิ้มสันยาเคยก่าว

manuscript #07

ໜີໄປເອົາແມ່ນ້ອຍ ມາໃວ້ຮ່ວມເຮືອນ ເຂົາກໍ່ເປັນຄົນເກ້ ເສັຽສິນສັຕຊື່ ໄດ້ໃໝ່ແລ້ວກໍ່ລືມຖິ້ມເກົ່າຫລັງ ນັ້ນແລ້ວ ນາງກໍ່ອົດສາສູ້
หนีไปเอาแม่น้อย มาไว้ฮ่วมเฮือน เขาก่อเป็นคนเก้ เสียสินสัตซื่อ ได้ใหม่แล้วก่อลืมถิ้มเก่าหลัง นั้นแล้ว นางก่ออดสาสู้

ເອົາດີເຂົາໃສ່ ນາງບໍ່ຫຶງຫວງແມ່ນ້ອຍ ຂັດຂ້ອງຕໍ່ຜົວ ນາງກໍ່ເອົາໃຈຕັ້ງປະຕິບັຕຕົນຄືເກົ່າ ບໍ່ກ່າວເວົ້າຄຳລ້ຽວ
เอาดีเข้าใส่ นางบ่หึงหวงแม่น้อง ขัดข้องต่อผัว นางก่อเอาใจตั้งปะติบัตตนคือเก่า บ่ก่าวเว้าคำเลี้ยว

ລ່ວງໄປ ນາງບໍ່ເຄີຍຈາໃຫ້ຜົວຄີງຄຳຫຍາບ ຄຳດ່າປ້ອຍ ນາງເວັ້ນຊູ່ປະການ ແທ້ແລ້ວ ອັນວ່າຄຳດີນັ້ນພັນ
ล่วงไป นางบ่เคยจาให้ผัวคีงคำหยาบ คำด่าป้อย นางเว้นซู่ปะกาน แท้แล้ว อันว่าคำดีนั้นพัน-

ລະຍາຕັ້ງຕໍ່ ວຽກໃຫຢ່ນ້ອຍ ພຽນສ້າງຊ່ອຍຜົວ ໃຈດີແທ້ເມັຽຫລວງກະທຳຊອບ ປະຕິບັຕຖືກຕ້ອງຄອງຢ້າວແມ່ເຮືອນແທ້
ละยาตั้งต่อ เวียกใหย่น้อย เพียนส้างซ่อยผัว ใจดีแท้เมียหลวงกะทำชอบ ปะติบัตถืกต้องคองหย้าวแม่เฮือนแท้

manuscript #08

ແລ້ວ ບໍ່ໄດ້ມີຄວາມຄ້ານ ກະທຳການອາບເຫື່ອ ໆ ໃຫລອາບຍ້ອຍ ຕົວເຈົາກໍ່ບໍ່ຖອຍ ເຫັນຜັວມີເມັຽນ້ອຍ ຄຳດຽວບໍ່ເຄີຍກ່າວ ປາກໃຫ້
แล้ว บ่อได้มีความค้าน กะทำกานอาบเหื่อ เหื่อไหลอาบย้อย ตัวเจ้าก่อบ่ถอย เห็นผัวมีเมียน้อย คำเดียวบ่เคยก่าว ปากให้

ຜົວແຈ່ມເຈົ້າເຫັນຮູ້ຮ່ວມໃຈ ອັນໃດນາງສ້າງກະທຳພຽນທຸກຢ່າງ ຫວັງໃຫ້ຜົວຮ່ຳຮູ້ຄຸນສ້າງຕັ້ງແຕ່ຫລັງ ນາງ
ผัวแจ่มเจ้าเห็นฮู้ฮ่วมใจ อันใดนางส้างกะทำเพียนทุกอย่าง หวังให้ผัวฮ่ำฮู้คุนส้างตั้งแต่หลัง นาง

ບໍ່ມີຄຳຮ້າຍຈາຜົວຜິດຮີຕ ດີທຸກດ້ານ ການຕັ້ງແຕ່ງຄົວ ນາງກໍໃວພລັນຟ້າວ ເອົາການທຸກຢ່າງ ທັງເອົາ
บ่มีคำฮ้ายจาผัวผิดฮีต ดีทุกด้าน กานตั้งแต่งคัว นางกอไวพลันฟ้าว เอากานทุกอย่าง ทังเอา

ໃຈແມ່ນ້ອຍ ກົວຢ້ານຕໍ່ຜົວ ແທ້ແລ້ວ ບັດນີ້ຈັກກ່າວກ້ຳທາງຜົວ ຫີນະໂຫດ ກ່ອນແລ້ວ ນັບແຕ່ໄດ້ໃໝ່ແລ້ວກໍ່ລືມຖິ້ມເກົ່າຫລັງ
ใจแม่น้อย กัวอย้านต่อผัว แท้แล้ว บัดนี้จักก่าวก้ำทางผัว หีนะโหด ก่อนแล้ว นับแต่ได้ใหม่แล้วก่อลืมถิ้มเก่าหลัง

manuscript #09

ບັງເລົ່າ..ຍານຫາເຣື່ອງເມັຽຫລວງທຸກເຊົ້າຄ່ຳ ຄຳໂກດກ້າໂກທາກິ້ວໂກດໂທດບໍ່ມີແຕ່ນ້ອຍ ຫາເຣື່ອງດ່າຕີ ລາງຜ່ອງຈັບຄໍຄັ້ນຕີນ
บังเล่า..ยานหาเรื่องเมียหลวงทุกเช้าค่ำ คำโกดก้าโกทากิ้วโกดโทดบ่มีแต่น้อย หาเรื่องด่าตี ลางผ่องจับคอคั้นตีน

ທຳຖີບສົ່ງ ນາງກໍ່ລົງນັ່ງຮ້ອງຄາງ ໂອ້ເມື່ອຍໂຕ ເປັນທີ່ໂສກາແທ້ ເມັຽຫລວງເຈັບປວດ ທຸກຄ່ຳເຊົ້າຜົວຂ້າ
ทำถีบส่ง นางก่อลงนั่งฮ้องคาง โอ้เมื่อยโต เป็นที่โสกาแท้ เมียหลวงเจ็บปวด ทุกค่ำเช้าผัวข้า

ເຂັ່ນຕີ ອັ້ນວ່າສາມີເຈົ້າຫລົງຊົມເມັຽໃໝ່ ຍຸແຫຍ່ໃຫ້ເມັຽນ້ອຍດ່ານາງ ທາງເມັຽນ້ອຍຟັງຄຳຜົວສັ່ງ ທັງ
เข่นตี อันว่าสามีเจ้าหลงชมเมียใหม่ ยุแหย่ให้เมียน้อยด่านาง ทางเมียน้อยฟังคำผัวสั่ง ทัง

ເລົ່າຊ້າຢູ່ເລື່ອຍ ເລີຍຊ້ຳຕື່ມແຖມ ມັນກໍຈາຄຳກ້າ ສຽງແຂງປ້ອຍດ່າ ສວຍສຽດໃຫ້ຄຳກ້າຂົ່ມເຫັງ ມັນບໍ່ມີເກັງໃຈ
เล่าช้าอยู่เลื่อย เลยซ้ำตื่มแถม มันก็จาคำก้า เสียงแขงป้อยด่า สวยเสียดให้คำก้าข่มเหง มันบ่มีเกงใจ

manuscript #10

ເຈົ້າເມັຽຫລວງຈັກສະໜ່ອຍ ຄຳດ່າປ້ອຍແຂງເຂັ້ມສຽດຫູ ແທ້ແລ້ວ ຜົວບໍ່ດູໂຕນຊ້ຳ ຄຳດຽວບໍ່ຫ້າມກ່າວ ເສິມສົ່ງຊ້ຳ ຫັນ
เจ้าเมียหลวงจักสะหน่อย คำด่าป้อยแขงเข้มเสียดหู แท้แล้ว ผัวบ่ดูโตนซ้ำ คำเดียวบ่ห้ามก่าว เสิมส่งซ้ำ หัน

ເຂົ້າຝ່າຍດຽວ ມັນກໍ່ຮັກແມ່ນ້ອຍ ຊັງຝ່າຍເມັຽຫລວງ ວັນຄືນຕົບຕ່ອຍ ຕີທັງປ້ອຍ ພອຍເລົ່າຊັງທັງເອື່ອຍ
เข้าฝ่ายเดียว มันก่อฮักแม่น้อย ชังฝ่ายเมียหลวง วันคืนตบต่อย ตีทังป้อย พอยเล่าชังทังเอื่อย

ບຸຕຕີລູກອ່ອນ ຫລອນທໍ່ກັນແລ່ນ ຕ້ອງເຖິງເນື້ອແຫ່ງຕົນ ເປັນທີ່ອໍລະຫົນຮ້ອນ ມານດາທັງລູກ ທຸກຄ່ຳ
บุตตีลูกอ่อน หลอนท่อกันแล่น ต้องเถิงเนื้อแห่งตน เป็นที่ออละหนฮ้อน มานดาทังลูก ทุกค่ำ

ເຊົ້າຜົວຮ້າຍດາຕີ ນາງກໍ່ໂສກີເສົ້າ ຊົນລະທາໃຫລຫລັ່ງ ຄຶດແຕ່ຫລັງກ່ອນກີ້ມາແລ້ວກໍ່ຮ່ຳໄຮ ນາງກໍ່ລຳພັນໃຫ້ສອງ
เช้าผัวฮ้ายด่าตี นางก่อโสกีเส้า ชนละทาไหลหลั่ง คึดแต่หลังก่อนกี้มาแล้วก่อฮ่ำไฮ นางก่อลำพันให้สอง

manuscript #11

ຄົນກັບລູກ ທູກຍາກເຍື້ອນປິດໄວ້ກໍ່ບໍ່ໃຂ ນາງກໍ່ທົນທູກໃວ້ກືນກຶນຄວາມໂສກ ສຽງສະອື້ນຫິວໃຫ້ຮ່ຳໄຮວ່າໂອ່ນໍລູກເອີຍ ເຈົ້າຫາກມີກັມແທ້
คนกับลูก ทุกยากเยื้อนปิดไว้ก่อบ่ใข นางก่อทนทุกใว้กืนกินความโสก เสียงสะอื้นหิวให้ร่ำไรว่าโอ่นอลูกเอย เจ้าหากมีกัมแท้

ຕິດຕົວມາແຕ່ເກິດແມ່ແລ້ວ ພໍ່ເຈົ້າຈຶງຊັງບໍ່ແລ້ວແລງເຊົ້າດາຕີ ເຂົາບໍ່ປານີລ້ຽງສອງຄົນແມ່ລູກ ຫາແຕ່ເຣື່ອງ
ติดตัวมาแต่เกิดแม่แล้ว พ่อเจ้าจึงซังบ่อแล้วแลงเช้าด่าตี เข้าบ่ปานีเลี้ยงสองคนแม่ลูก หาแต่เรื่อง

ມາເວົ້າຄຳປ້ອຍສຽດສີ ຜັດແຕ່ມີເມັຽນ້ອຍ ຫລົງລືມເມັຽໃຫຢ່ໄດ້ໃໝ່ແລ້ວລືມຖິ້ມເກົ່າຫລັງແທ້ແລ້ວແຕ່
มาเว้าคำป้อยเสียดสี ผัดแต่มีเมียน้อย หลงลืมเมียใหย่ได้ใหม่แล้วลืมถิ้มเก่าหลังแท้แล้วแต่

ກ່ອນກີ້ ຮັກແມ່ຄວາມຫອມ ລູກເອີຍ ແຕ່ບໍ່ທັນມີເມັຽໃໝ່ມາຊົມຊ້ອນ ພໍ່ເຈົ້າໃຈດີແທ້ ວັນຄືນເວົ້າມ່ວນ ຜັດແຕ່ໄດ້ແມ່ນ້ອຍ
ก่อนกี้ ฮักแม่ความหอม ลูกเอย แต่บ่ทันมีแมียใหม่มาซมซ้อน พ่อเจ้าใจดีแท้ วันคืนเว้าม่วน ผัดแต่ได้แม่น้อย

manuscript #12

ມານີ້ກໍ່ຕ່າງຫລັງແມ່ແລ້ວ ແຕ່ນັ້ນໂສມງາມ ເອື່ອຍບຸດຕີລູກອ່ອນ ເຫັນແມ່ໃຫ້ຍົມຍ້ອຍຍ່າວໃຫລ ນາງກໍ່ຊົນລະທາໃຫ້ ຕາບວມຮົ່ງໜ່ວຍ
มานี้ก็ต่างหลังแม่แล้ว แต่นั้นโสมงาม เอื่อยบุดตีลูกอ่อน เห็นแม่ให้ยมย้อยย่าวใหล นางก่อชนละทาให้ตาบวมฮ่งหน่วย

ກອດແມ່ໃວ້ ຫິວໃຫ້ໃສ່ທອງ ລູກເກືອກກິ້ງ ອົກແມ່ບໍ່ມີວາງ ແທ້ແລ້ວ ສອງກໍ່ພາກັນຄາງ ຫອດຫິວສີເສົ້າ ມານດາເວົາ
กอดแม่ใว้ หิวให้ใส่ทอง ลูกเกือกกิ้ง อกแม่บ่มีวางแท้แล้ว สองก่อพากันคาง หอดหิวสี่เส้า มานดาเว้า

ຈາກັນກັບລູກ ເປັນທຸກຮ້ອນ ມີເວັ້ນຫວ່າງເວນແທ້ແລ້ວ ທຸກຄ່ຳເຊົ້າເຂົາດ່າຈາແກງແລນໍ ແລງງາຍທູກເວທະ
จากันกับลูก เป็นทุกฮ้อน มีเว้นหว่างเวนแท้แล้ว ทุกค่ำเช้าเข้าด่าจาแกงแลนอ แลงงายทุกเวทะ

ນາເນິນຊ້າ ອັນວ່າ ເອື່ອຍບຸຕຕີວອນອ່ອນນ້ອຍ ຫິວໃຫ້ແລງເຊົ້າ ຊູ່ວັນແທ້ແລ້ວ ບັດນີ້ຈັກກ່າວກ້ຳທາງຜົວຕິດຕໍ່ກ່ອນແລ້ວ
นาเนิ่นซ้า อันว่า เอื่อยบุตตีวอนอ่อนน้อย หิวให้แลงเซ้า ซู่วันแท้แล้ว บัดนี้จักก่าวก้ำทางผัวติดต่อก่อนแล้ว

manuscript #13

ຟັງສຽງລົມລ່ວງຕ້ອງໃບໃມ້ປັ່ນປິວພຸ້ນເຍີ ຄະເຄື່ອນຍ້າຍມື້ໃໝ່ກາຍມາ ຫລຽວເຫັນເມໂຄໃຫລຂ່າຍແຄງບົນຟ້າ ອາພາແຈ້ງສຸຣິໂຍແຍງ
ฟังเสียงลมล่วงต้องใบใม้ปั่นปิวพุ้นเยอ คะเคื่อนย้ายมื้อใหม่กายมา เหลียวเห็นเมโคใหลข่ายแคงบนฟ้า อาพาแจ้งสุริโยแยง

ໂລກ ແດດອ່ອນກົ້ວຜິວນ້ຳສ່ອງໃສ ວັນນັ້ນຜົວຊວນໄດ້ເມັຽຫລວງລົງທ່າການ ຕຶກແຫຫາປາເປັນອາຊີບສຸມື້ ຜົວນັ້ນ
โลก แดดอ่อนกั้วผิวน้ำส่องใส วันนั้นผัวชวนได้เมียหลวงลงท่ากาน ตึกแหหาปาเป็นอาชีบสุมื้อ ผัวนั้น

ໝັ່ນກະທຳ ຜົວກໍ່ລົງທ່ານ້ຳພ້ອມພ່ຳກັບເມັຽ ຫາປູປາຫວ່ານແຫ່ຕາມນ້ຳ ຕາມປະເພນີບ້ານການງານອາຊີບ
หมั่นกะทำ ผัวก่อลงท่าน้ำพ้อมพ่ำกับเมีย หาปูปาหว่านแห่ตามน้ำ ตามปะเพนีบ้านกานงานอาชีบ

ຊຸ່ມື້ນັ້ນເມັຽນ້ອຍດ່ວນຕາມແຕ່ມື້ນີ້ ຜົວຣຽກເມັຽຫລວງ ໄປຫາປາທ່າຕະຄອງໜອງນ້ຳ ອັນວ່າໂສມງາມເຈົ້າເມັຽຫລວງ
ซู่มื้อนั้นเมียน้อยด่วนตามแต่มื้อนี้ ผัวเรียกเมียหลวง ไปหาปาท่าตะคองหนองน้ำ อันว่าโสมงามเจ้าเมียหลวง

manuscript #14

ຊົມຊື່ນ ຜົວຣຽກເອິ້ນວັນນີ້ສ່ວງໃຈ ນາງກໍ່ຕົກແຕ່ງໄດ້ເຂົ້າຫໍ່ປູນພູ ຈັດເອົາໃຫ້ພໍ ເຄື່ອງກິນພໍໃຊ້ ຖືເອົາພາຍກັບຂ້ອງທັງແຫແປງ
ชมชื่น ผัวเรียกเอิ้นวันนี้ส่วงใจ นางก่อตกแต่งได้เข้าห่อปูนพู จัดเอาให้พอ เคื่องกินพอใช้ ถือเอาพายกับข้องทังแหแปง

ຫາບ ໃຈຊື່ນສ້ອຍວັນນີ້ຕ່າງຫລັງແທ້ແລ້ວ ນາງກໍ່ຄຶດຄ້ອຍໆຄຶດໃສ່ໃຈຜັວເຂົາກໍ່ມີໃຈຮັກຕໍ່ນາງຫວັງຊ້ອນ
หาบ ใจชื่นส้อยวันนี้ต่างหลังแท้แล้ว นางก็คึดค้อยๆ คึดใส่ใจผัวเขาก็มีใจฮักต่อนางหวังซ้อน

ຈິຕສະອອນໂອ້ ຜົວຊອບລົງທ່າຄຶດວ່າຜັວຮັກແທ້ນາງນ້ອງຊື່ນໃຈ ນາງຈຶງຈັດແຈງໄດ້ຫາບຕ່າຊາແຫລົງເຮືອນ
จิตสะออนโอ้ ผัวชอบลงท่าคึดว่าผัวฮักแท้นางน้องชื่นใจ นางจึงจัดแจงได้หาบต่าซาแหลงเฮือน

ໄປສັ່ງບຸຕຕີນ້ອຍ ນາງກໍ່ກອຍໃຈເອິ້ນຫານາງເອື່ອຍອ່ອນ ແລ່ນລັດຕ້ອນ ມາທ້ອນແມ່ຊິໜີ ເມື່ອນັ້ນເອື່ອຍອ່ອນນ້ອຍ ຫລື້ນຝູ່ນດິນຊາຍ
ไปสั่งบุตตีน้อย นางก่อกอยใจเอิ้นหานางเอื่อยอ่อน แล่นลัดต้อน มาท้อนแม่ซิหนี เมื่อนั้นเอื่อยอ่อนน้อย หลิ้นฝู่นดินซาย

manuscript #15

ນາງກຳລັງຂາຍຂອງແຕ່ງແປງເຮືອນນ້ອຍຕາມພາສາເຈົ້າກຸມາລີຫລິ້ນມ່ວນ ພໍໄດ້ຍິນແມ່ເອິ້ນນາງນ້ອຍແລ່ນມາ ນາງກໍ່ຊົມຈູບແກ້ມລູກອ່ອນ
นางกำลังขายของแต่งแปงเฮือนน้อยตามพาสาเจ้ากุมาลีหลิ่นม่วน พอได้ยินแม่เอิ้นนางน้อยแล่นมา ยางก็ชมจูบแก้มลูกอ่อน

ຈອມຂວັນ ຈາຄຳຄອນຕໍ່ບຸຕຕີນ້ອຍ ວັນນີ້ແມ່ຊິໄປໜອງນ້ຳຫາປາກັນພໍ່ ຂໍໃຫ້ລູກຢູ່ບ້ານດູຫ້ອງເບິ່ງເຣືອນແມ່ເດີຢ່າ
จอมขวัน จาคำคอนต่อบุตตีน้อย วันนี้แม่ซิไปหนองน้ำหาปากับพ่อ ขอให้ลูกอยู่บ้านดูน้องเบิ่งเฮือนแม่เดออย่า

ໄດ້ໃຫ້ນ້ອງຫລິ້ນລົ້ມເກືອກຝູ່ນຕົວໝອງ ລູກຈົ່ງມອງນຳຫລຽວຢ່າໜີໃກນ້ອງ ເຈົ້າຈົ່ງປອງປູນປ້ອງ ຍາມນອນ
ได้ให้น้องหลิ้นล้มเกือกฝู่นตัวหมอง ลูกจ่งมองนำเหลียวอย่าหนีใกน้อง เจ้าจ่งปองปูนป้อง ยามนอน

ໃຫ້ໃກວກ່ອມ ແມ່ເດີ ຈົ່ງຖນອມ ອາບນ້ຳຍາມນ້ອງຕື່ນນອນ ຄັ້ນແມ່ນທຳບໍ່ໄດ້ຕາມແມ່ຂໍວອນ ພໍ່ແມ່ກັບເຖິງເຮືອນຊິຕີຫລັງ
ให้ใกวก่อม แม่เดอ จ่งถนอม อาบน้ำยามน้องตื่นนอน คั้นแม่นทำบ่ได้ตามแม่ขอวอน พ่อแม่กับเถิงเฮือนซิตีหลัง

manuscript #16

ໂດນແສ້ ເຫຕບໍ່ແລດູນ້ອງຍາມຊົນຫລິ້ນຝູ່ນ ສັ່ງລູກແລ້ວນາງນ້ອຍຄ່ອຍໄປ ຫາບຕ່ອໄດ້ ກົງໃສ່ຍັງເຮືອ ມືຖືພາຍນັ່ງລົງເອົາທ້າຍ
โดนแส้ เหตุบ่แลดูน้องยามซนหลิ้นฝู่น สั่งลูกแล้วนางน้อยค่อยไป หาบต่อได้ กงใส่ยังเฮือ มือถือพายนั่งลงเอาท้าย

ນາງກໍ່ ພາຍເຮືອເລື່ອຍຕາມຊົນລອຍລ່ອງ ສອງເຜົ່າຜູ້ເມັຽພ້ອມພ່ຳຜັວຕຽມຕັວຕັ້ງແຫໃສ່ແຂນສອກ ຫລຽວເຫັນ
นางก่อ พายเฮือเลื่อยตามชนลอยล่อง สองเผ่าผู้เมียพ้อมพ่ำผัวเตียมตัวตั้งแหใส่แขนสอก เหลียวเห็น

ລະລອກນ້ຳຕີຕ້ອງຝັ່ງຄອງ ຮອດແຫ່ງຫ້ອງເຄີຍຫວ່ານແຫລົງເຖິງວັງເວິນບ່ອນປາມາເຕົ້າ ຜົວກໍ່ບັນຊາໃຫ້ຫຍຸດເຮືອ
ละลอกน้ำตีต้องฝั่งคอง ฮอดแห่งห้องเคยหว่านแหลงเถิงวังเวินบ่อนปามาเต้า ผัวก็บันชาให้หยุดเรือ

ເຊົາກ່ອນ ບ່ອນເຮົາເຄີຍຫວ່ານໄດ້ປານັ້ນຊູ່ວັນ ແຕ່ນັ້ນ ຜົວກໍ່ທອດສອກພ້ອມແຫຫວ່ານລົງໄປໃນກາງວັງບ່ອນປາເຄີຍເຂົ້າແລ້ວ
เซาก่อน บ่อนเฮาเคยหว่านได้ปานั้นซู่วัน แต่นั้น ผัวก็ทอดสอกพ้อมแหหว่านลงไปในกางวังบ่อนปาเคยเข้าแล้ว

manuscript #17

manuscript #18

manuscript #19

manuscript #20

manuscript #21

manuscript #22


ที่มา: Digital Library of Lao Manuscripts


หมายเหตุการปริวรรต

การถอดอักษรไทยน้อยเป็นดิจิทัล พยายามคงวิธีสะกดตามใบลาน ที่วางไม้ซัด ไม้กง ไว้บนตัวสะกด

มีอักขระหลายตัวที่ยัง encode ไม่ได้ เพราะยังไม่มีรหัสยูนิโค้ดในบล็อคภาษาลาว จึงได้แก้ขัดไปก่อน ดังนี้

การเลือกลำดับอักขระแก้ขัด พยายามให้ค้นหาและแทนที่ภายหลังได้ง่าย

ลักษณะอักขรวิธีของใบลานผูกนี้

ผู้ปริวรรต